ເຕັກນໂລຊີ ພາສາລາວ

I. ນິຍາມ
ແປ້ນພີມ ແມ່ນການສະສົມ ຂອງຂໍ້ມູນ ຂອງແຕ່ລະ ປຸ່ມພີມ ແລະ ບັນດາຄຳສັ່ງການປ່ຽນປຸ່ມພີມ ທີ່ນຳໃຊ້ພາຍໃນ ໂປຼແກຼມແປ້ນພີມ. ມັນບໍ່ແມ່ນແຜ່ນແປ້ນຢາງທີ່ພວກເຮົາໃຊ້ພີມ, ແຕ່ມັນແມ່ນ ຊອບແວ ທີ່ບັນຊາ ຄອມພິວເຕີ ເອີ້ນຂໍ້ຄວາມໂຕໜັງສື ອອກມາສ່ອດຄ່ອງກັບ ການກົດປຸ່ມແຜ່ນແປ້ນຢາງ.
ການປ້ອນຂໍ້ມູນຜ່ານແປ້ນພີມ ແມ່ນເລີ້ມຕົ້ນຈາກ ຮາດແວ. ແຕ່ລະປຸ່ມພີມ ໃນແຜ່ນແປ້ນພີມ ບັນຈຸຂໍ້ມູນ ສະເພາະຂອງມັນ ເຊີ່ງເອີ້ນວ່າ ລະຫັດໃນການກ່າຍ (scan code), ຈາກນັ້ນ ລະຫັດໃນການກ່າຍ ຈະສົ່ງຂໍ້ມູນ ກ່ຽວກັບສິ່ງທີ່ປ້ອນເຂົ້າໄປ. ສ່ວນຊອບແວແມ່ນຈະເຮັດການ ທຽບຄ່າ ລະຫັດໃນການກ່າຍ ກັບ ຄ່າຂອງ ຕົວໜັງສື ລະຖານຂໍ້ມູນຮູບພາບຕົວໜັງສື ເພື່ອ ແລະ ພີມຕົວໜັງສືທີ່ສອດຄ່ອງນັ້ນ ອອກມາໜ້າຈໍ.
ພວກເຮົາຄວນພິຈາລະນາ ປັດໃຈຂ້າງລຸ່ມນີ້ ກ່ອນ ທີ່ ຈະພັດທະນາແປ້ນພີມ:
_ ມັນໄດ້ມີມາດຕະຖານ ຂອງແປ້ນພີມ ຢູ່ ໃນຂົງເຂດ ຫຼື ໃນປະເທດບໍ່?
_ ແປ້ນພີມນີ້ ຈະນຳໃຊ້ກັບພາສາໃດ? ພວກເຮົາຄວນເຮັດການສຶກສາລະອຽດກ່ຽວກັບພາສາທີ່ຈະມາໃຊ້ ກ່ອນທີ່ ຈະກຳນົດ ແຕ່ລະປຸ່ມແປ້ນພີມ.
_ ແປ້ນພີມນີ້ ໄດ້ສາມາດ ພີມທຸກຕົວໜັງສື ທີ່ມີ ແລະ ນຳໃຊ້ ໃນພາສານັ້ນໆ ຢ່າງຄົບຖ້ວນສົມບູນ? ຖ້າກໍລະນີ ຈຳນວນ ຕົວໜັງມີເກີນ ກ່ວາແປ້ນພີມເດ່, ພວກເຮົາຈະຈັດວາງກັນແນວໃດ, ອັນໃດຂື້ນກ່ອນ ແລະ ນຳຫລັງ.
_ ແຕ່ລະແປ້ນພີມ ຕ້ອງສອດຄ່ອງກັບ ລະຫັດຕົວໜັງສືທີ່ມີໃນຖານຂໍ້ມູນຕົວໜັງສື, ບໍ່ແມ່ນທຽບກັບ ຈຳນວນ ຂອງຮູບພາບ ຕົວໜັງສື.
_ ທຸກຕົວໜັງສືທີ່ມີໃນແປ້ນພີມນັ້ນ ມີຢູ່ໃນລະບົບ?

_ ບັນດາຕົວໜັງສືທີ່ບໍ່ມີໃນລະບົບ Unicode ນັ້ນ ໄດ້ຖຶກກຳນົດເຂົ້າໃນ UTF​16 ເພື່ອເຮັດການກຳນົດກ່ຽວກັບ ການປັບປ່ຽນຕຳແໜ່ງບ່ອນຢູ່?

II. ແປ້ນພີມພາສາລາວ
1. ຈຳນວນຕົວໜັງສືທີ່ມີໃນແປ້ນພີມພາສາລາວ:
ພາສາລາວ ປະກອບດ້ວຍ 65 ຕົວໜັງສື ແລະ ເຄື່ອງໝາຍ: 27 ພະຍັນຊະນະດ່ຽວ, 03 ພະຍັນຊະນະປະສົມ ທີ່ເປັນຮູບດ່ຽວ, 18 ສະຫຼະດ່ຽວ, 04 ວັນນະຢຸດ, 03 ເຄື່ອງໝາຍພິເສດ ແລະ 10 ຕົວເລກລາວ. ຈຳນວນຕົວໜັງສືທີ່ມີນີ້ ແມ່ນມີກາຍຈຳນວນ ປຸ່ມແປ້ນພີມຂອງພາສາອັງກິດ, ແຕ່ຢູ່ໃນພາສາລາວ ບໍ່ມີ ການຂຽນ ໂຕໃຫຍ່ (Capital letter) ແລະ ​ໂຕ​ນ້ອຍ (Smaller letter) ຄືຢູ່ໃນພາສາອັງກິດ, ສະ​ນັ້ນ ຈຳນວນ​ຕົວ​ໜັງສື​ທີ່​ເກີນ​ນັ້ນ ໄດ້​ຖຶກບັນຈຸ​ໃນ​ແປ້ນ​ພີ​ມ ​ໃນ​ຮູບ (Capital letter ) ຂອງ​ພາສາ​ອັງກິດ, ​ໂດຍ​ນຳ​ໃຊ້ ປຸ່ມ "Shift" ເພື່ອ​​ທີ່​ຈະ​ພີ​ມ.
​ເນື່ອງ​ຈາກ ຍັງ​ມີ​ປຸ່ມຫວ່າງ ​ໃນ​ແປ້ນ​ພີ​ມ​ໜ້າ​ທີ່ ສອງ ແລະ ທີ່ ສາມ, ບັນດາ​ຜູ້​ຜະລິດ​ແປ້ນ​ພີ​ມພາສາ​ລາວ ຈຶ່ງ ​ໄດ້​ສ້າງ ປຸ່ມ​ຂອງ​ຕົວ​ໜັງສື ພະຍັນຊະນະ​ປະ​ສົມ ​ແລະ ສະຫຼະ​ປະສົມ ​ແລະ ສະຫຼະ​ປະສົມ ວັນນະ​ຢຸດ ​ເພື່ອ​ຄວາມ​ສະດວກ​ໃນ​ການ​ປ້ອນ​ຂໍ້​ມູນ, ​ເຊີ່ງ​ບາງ​ຜູ້​ຜະລິດ​ກໍ່​ມີ​ການ​ເພີ້​ມ​ເຂົ້າ​ໄປ​ທັງ​ໃນ ຂອງ​ຕາຕະລາງ​ຕົວ​ໜັງສື​ລາວ​ໃນ​ລະບົບ ຄອມ​ພິວ​ເຕີ.
ຕາມ​ຫຼັກການ​ແລ້ວ ຈຳນວນ ຕົວ​ໜັງສື ທີ່​ມີ​ໃນ​ພາສາ​ລາວ ຕ້ອງ​ເທົ່າ​ກັບ ຈຳນວນ ຕົວ​ໜັງສື​ທີ່​ມີ​ໃນ​ແປ້ນ​ພີ​ມ ​ແລະ ​ເທົ່າ​ກັບ​ຈຳນວນ ຕົວ​ໜັງສື​ທີ່​ມີ​ໃນ​ຕາຕະລາງ​ຕົວ​ໜັງສື​ລາວ. ແຕ່​ບາງ​ແປ້ນ​ພີ​ມ ກໍ່​ອາດ​ຈະ​ມີ ຈຳນວນ ຫລຸດ ຫຼື ກາຍ ​ແລ້ວ​​ແຕ່​ຄວາມ​ຕ້ອງການ ຂອງ​ຜູ້​ຜະລິດ. ຕາຕະລາງ​ຂ້າງ​ລຸ່ມ ສະ​ແດງ​ໃຫ້​ເຫັນ​ ບັນດາວິທີ​ການ​ພີ​ມຕົວ​ໜັງສື ຈາກ​ແປ້ນ​ພີ​ມ: 
ມີ​ແຕ່​ວິທີ​ການ​ທີ່​ໜຶ່ງ ທີ່​ຖຶກຕ້ອງ ​ແລະ ນຳ​ໃຊ້ ໃນ​ລະບົບ Unicode ແລະ ASCII, ​ແຕ່​ມີ​ຫລາຍຜູ້​ຜະລິດ ທີ່​ນຳ​ໃຊ້ ວິທີ່​ການ ທີ່ ສອງ, ສາມ ​ແລະ ສີ່ ໃນ​ລະບົບ ASCII ຕາມ​ຈຸດປະສົງ ​ແລະ ຄວາມ​ຕ້ອງການ​ສະ​ເພາະ​ຂອງ​ເຂົາ​ເຈົ້າ, ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ມີ​ຫລາຍ​ຮູບ​ແບບ​ແປ້ນ​ພີ​ມພາສາ​ລາວ​ໃນ​ຄອມ​ພິວ​ເຕີ ແລະ ສ່ວນ​ໃຫຍ່ ກໍ່​ມີໂຄງ​ສ້າງ​ທີ່​ແຕກ​ຕ່າງ​ກັນ, ​ເຊິ່ງມັນ​ກໍ່​ໃຫ້​ເກິ​ດ ບັນຫາ ​ໃນ​ການ​ແລກປ່ຽນ​ຂໍ້ຄວາມ ທີ່​ຖຶກສ້າງ​ຂື້ນ​ໃນ​ຮູບ​ແບບ​ທີ່​ແຕກ​ຕ່າງ​ກັນ, ນອກ​ນັ້ນ ການ​ນັບ​ຈຳນວນ​ຂໍ້ຄວາມ ​ແລະ ການ​ປ່ຽນ ຈາກ ​ແປ້ນ​ພີ​ມໜຶ່ງ ​ໄປ​ເປັນ ອີກ​ອັນ​ໜຶ່ງ ກໍ່​ຈະ​ບໍ່​ກົງກັນ.
2. ປະ​ເພດ ຂອງ​ແປ້ນ​ພີ​ມພາສາ​ລາວ ​ໃນ​ລະບົບ​ຄອມ​ພິວ​ເຕີ
ປະຈຸ​ບັນ​ຍັງ​ບໍ່​ທັນ​ມີ ໝາດ​ຕະຖານ​ແຫ່ງ​ຊາດ ກ່ຽວ​ກັບ ​ແປ້ນ​ພີ​ມພາສາ​ລາວ, ​ແຕ່​ຜ່ານ​ການ​ສັງ​ເກດ ​ເຫັນ​ວ່າ ມີ ຢູ່ 3 ປະ​ເທດ ຂອງ​ແປ້ນ​ພີ​ມພາສາ​ລາວ ຄື:
_ ​ແປ້ນ​ພີ​ມພາສາ​ລາວ ອິງ​ຕາມ​ພາສາ​ອັງກິດ (ຕົວຢ່າງ​ແປ້ນ​ພີ​ມ ຂອງ ທ່ານ ຫົງ​ກາດ): ​ໃນ​ວິທີ​ການ​ນີ້ ຜູ້​ຜະລິດ ຈະສົມ​ທຽບ ການ​ອອກສຽງ ຕົວ​ໜັງສື ກັບ ຕົວ​ໜັງສື ພາສາ ອັງກິດ, ​ເຊີ່ງ ​ໂຕ​ໜັງ​ມື​ສຽງ​ຄ້າຍຄື​ກັນ ກໍ່​ຈະ​ເອົາ​ໃສ່​ບ່ອນ​ດຽວ​ກັນ ເຊັ່ນ: a=າ; b=ບ; c=ສ; d=ດ. ວິທີ​ການ​ນີ້ ຈະ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່ ຄົນ​ຕ່າງປະ​ເທດ ​ໃນ​ການຮຽນ​ພີ​ມພາສາ​ລາວ. ແຕ່​ມັນ​ບໍ່​ສະດວກ​ ຕໍ່​ກັບ ຄົນ​ລາວເລີຍ.
_ ​ແປ້ນ​ພີ​ມພາສາ​ລາວ ທີ່ອິງ​ຕາມ​ການຈັດ​ລຽງ​ຕົວ​ໜັງສື​ໃນ​ລັກ​ໄວ​ຍະ​ກອນ​ລາວ: ວິທີ​ການ​ນີ້ ຜູ້​ຜະລິດ ຈະ ຈະ​ລຽງ​ຕົວ​ໜັງສື​ເປັນ​ກຸ່ມ ຕາມ​ລັກ​ການ​ໄວ​ຍະ​ກອນ​ລາວ ​ເຊັ່ນ: ກຸ່ມ​ພະຍັນຊະນະ, ກຸ່ມ​ສະຫຼະ, ກຸມ​ວັນນະ​ຢຸດ ​ແລະ ກຸ່ມ​ຕົວ​ເລກ​ລາວ, ​ເຊີ່ງ​ພະຍາຍາມ ​ໃຫ້​ຕົວ​ໜັງສື ໃນ​ແຕ່​ລະ​ກຸ່ມ​ໄດ້​ຢູ່ ແຖວ​ດຽວ​ກັນ. ວິທີ​ການ​ນີ້ ຈະ​ສ້າງ​ຄວາມ​ສະດວກ ສຳລັບ ຄົນ​ລາວ ທີ່​ຈະ​ຮຽນ ພີ​ມພາສາ​ລາວ ​ໃນ​ລະບົບ ຄອມ​ພິວ​ເຕີ. ແຕ່​ໃນ​ການ​ນຳ​ໃຊ້​ວຽກ​ງານ​ຕົວ​ຈຶງນັ້ນ, ວິທີ​ການ​ນີ້​ບໍ່​ສະດວກ​ປານ​ໃດ, ​ເພາະ​ຄຳ​ສັບ ​ໃນ​ພາສາ​ລາວ ປະກອບ​ດ້ວຍ ທັງ ພະຍັນຊະນະ, ສະຫຼະ, ວັນນະ​ຢຸດ ​ແລະ ຕົວ​ສະກົດ, ສະນັ້ນ ຈຶ່ງ​ເຮັດ​ໃຫ້​ນີ້ວ​ມື​ບາງ​ນີ້ວ ​ໄດ້ອອກ​ແຮງ​ພີ​ມ ຕົວ​ໜັງສື​ຫລາຍ​ ​ໂດຍ​ສະ​ເພາະ​ແມ່ນ ນີ້ວກ້ອຍ ທີ່ ຫລາຍໆ​ຄົນ ບໍ່​ທະນັດ ​ໃນ​ການ​ນຳ​ໃຊ້.

_ ​ແປ້ນ​ພີ​ມພາສາ​ລາວ ອີງ​ຕາມ ​ເຄື່ອງ​ຈັກ​ພີ​ມດີດ​ພາສາ​ລາວ: ​ໃນ​ວິທີ​ການ​ນີ້ ຜູ້​ຜະລິດ ຈະ​ຈັດ​ວາງ ຕຳ​ແໜ່​ງ ຂອງ​ແຕ່​ລະ​ຕົວ​ໜັງສື ຂື້ນ​ກັບ ລະດັບ​ການ​ໃຊ້​ງານ​ໃນ​ການ​ພີ​ມ ​ເຊັ່ນ: ພະຍັນ​ສະ​ນະ ທີ່​ເປັນ​ຕົວ​ສະກົດ, ສະຫຼະ ທີ່​ເປັນ​ຕົວ​ລັກ ຂອງ​ສະຫຼະ​ປະສົມ ​ແລະ ວັນນະ​ຢຸດ (x່ ແລະ x້) ທີ່​ມີ​ການ​ນຳ​ໃຊ້​ຫລາຍ​ໃນ​ຄຳ​ສັບ ຂອງ​ພາສາ​ລາວ ກໍ່​ຈະ​ຖຶກຈັດ​ວ່າງ ​ໃຫ້​ຢູ່​ທາງ​ກາງ ​ໃນ​ໜ້າ​ທຳ​ອິດ ​ເພື່ອ​ເຮັດ​ໃຫ້ ນີ້ວ​ຊີ້ ຂອງ​ມື​ຊ້າຍ ​ແລະ ມື​ຂວາ ​ໄດ້ ພີ​ມຢ່າງ​ສະດວກ. ສ່ວນ​ຕົວ​ໜັງສື​ໃດ​ທີ່​ບໍ່​ຄ່ອຍ​ໄດ້​ນຳ​ໃຊ້​ຫລາຍ ກໍ່​ຈະ​ຈັດ​ວາງ​ໄປ​ຢູ່​ແຈ ​ແລະ ​ໃນ​ໜ້າ​ທີ່ ສອງ ຫຼື ທີ່ສາມ, ​ເຊັ່ນ ພະຍັນຊະນະ​ປະສົມ ​ແລະ ສະຫຼະ​ປະສົມ ​ແມ່ນ ຈັດ​ໄວ້​ໃນ​ໜ້າ​ທີ່ ສອງ, ສ່ວນຕົວ​ເລກ​ລາວ ​ແມ່ນ​ຖຶກຈັດ​ໄປ​ໄວ້​ໃນ​ໜ້າ​ທີ່​ສາມ.

III. ຫຼັກການ​ໃນ​ການ​ພີ​ມຕົວ​ໜັງສື​ລາວ
ຕາມ​ລັກ​ໄວ​ສຍະ​ກອນ​ລາວ ​ໃນ​ການ​ຂຽນ​ຄຳ​ສັບ ​ໃນ​ພາສາ​ລາວ ​ແມ່ນ​ຈະ​ເລີ້ມ​ດ້ວຍ ພະຍັນຊະນະ, ສະຫຼະ, ຕົວ​ສະກົດ ​ແລະ ວັນນະ​ຢຸດ, ​ແຕ່​ໃນ​ຕົວ​ຈຶ່ງ ບາງ​ຄົນ ອາດ​ຂຽນ ຕາມ​ແບບ ພະຍັນຊະນະ, ສະຫຼະ, ວັນນະ​ຢຸດ ​ແລະ ຕົວ​ສະກົດ ຫຼື ສະຫຼະ, ພະຍັນຊະນະ, ວັນນະ​ຢຸດ ​ແລະ ຕົວ​ສະກົດ. ແຕ່​ຢູ່ ໃນ​ລະບົບ​ຄອມ​ພິວ​ເຕີ ການ​ຂຽນ​ຄຳ​ສັບ​ໃນ​ພາສາ​ລາວ ​ແມ່ນ​ຈະ​ເລີ້ມ​ແຕ່ ຊ້າຍ​ໄປ​ຫາ​ຂວ່າ, ​ໂດຍ​ທີ່​ລຳດັບ​ໂຕ​ໜັງສື​ຕົວ​ໃດ​ ຢູ່​ຊ້າຍ​ສຸດ ແມ່ນຈະ​ພີ​ມ​ເຂົ້າ​ກ່ອນ, ຕາມ​ລຳດັບ​ແລະ ​ໂຄ່ງ​ຮ່າງ​ຄື​ດັ່ງ​ລຸ່ມ​ນີ້:
X5
X4
X0 X1 X X6 X7 X8 X9 X10
X2
X3
1. X0: ແມ່ນ​ສະຫຼະ​ທາງ​ໜ້າ​ສຸດ ​ເຊັ່ນ: ​ໄx, ​ໃx, ​ໂx.
2. X1: ​ແມ່ນ​ຕົວ​ທາງ​ໜ້າ​ຂອງ​ພະຍັນຊະນະ​ປະສົມ ​ເຊັ່ນ: ຕົວຢ່າງ (ຫ)
3. X : ​ແມ່ນ​ພະຍັນຊະ​ໂຕ​ທີ່​ເປັນ​ອົງ​ປະກອບ​ລັກ​ຂອງ​ພະ​ຍາງ.
4. X2: ​ແມ່ນ​ພະຍັນຊະນະປະ​ສົມ (ພະຍັນຊະນະ​ຄວບ) ຂອງ​ພະຍັນຊະນະ​ລັກ, ​ເຊີ່ງ​ອາດ​ຈະ​ຢູ່​ກອງ​ຫຼື ທາງ​ຂ້າງ ​ເຊັ່ນ: (xຼ); (xວ); (xຣ) ແລະ (xລ).
5. X3: ​ແມ່ນ​ສະຫຼະ​ທາງ​ລຸ່ມ ​ເຊັ່ນ: xຸ; xູ.
6. X4: ​ແມ່ນ​ສະຫຼະ​ທາງ​ເທິງ ​ເຊັ່ນ: (xິ, xີ, xຶ, xື, xໍ, xັ, xົ).
7. X5: ​ແມ່ນ​ວັນນະ​ຢຸດ ​ເຊັ່ນ: x່, x້, x໊ ແລະ x໋.
8. X6: ​ແມ່ນເວລາ​ພະຍັນຊະນະ​ສະ​ແດງ​ຕົວ​ເປັນ​ສະຫຼະ ​ເຊັ່ນ: (ອ), (ວ), (ຽ).
9. X7: ​ແມ່ນ​ສະຫຼະ​ທາງ​ຫລັງ ​ເຊັ່ນ: xະ, xາ.
10. X8: ​ແມ່ນເວລາ​ພະຍັນຊະ​ສະ​ແດງ​ຕົວ​ເປັນ ໂຕ​ສະກົດ ​ເຊັ່ນ: ກ, ງ, ດ, ນ, ວ.
11. X9: ​​ແມ່ນ​ເວລາ​ພະຍັນຊະນະ​ສະ​ແດງ​ຕົວ​ເປັນ​ໂຕ​ສະກົດ​ພິ​ເສດ ​ເພື່ອ​ອກສຽງ​ພາສາ​ຕ່າງປະ​ເທດ ​ເຊັ່ນ: ຈ, ສ,ຊ

12. X10: ​ໄມ້​ກະ​ລັນ x໌.

IV. ຂໍ້ສະ​ເໝີ ກ່ຽວກັບ​ມາດຕະຖານ ແປ້ນ​ພີ​ມພາສາ​ລາວ​ໃນ​ລະບົບ​ຄອມ​ພິວ​ເຕີ
ຮ່າງ​ແປ້ນ​ພີ​ມ​ໃໝ່ ​ໃນ​ການ​ຄົ້ນ​ຄ້ວາ ​ເຫັນວ່າ​ແປ້ນ​ພີ​ມພາສາ​ລາວ ຕາມ​ແບບ​ສະບັບ ​ເຄື່ອງຈັກ​ພີ​ມດິດ ​ແມ່ນມີ​ລັກສະນະ​ວິທະຍາສາດ ​ແລະ ກໍ່​ມີ​ການ​ນຳ​ໃຊ້​ຫລາຍ​ຢ່າງກ້ວາງຂວາງ ທັງຢູ່ ໃນ ສປປ ລາວ ​ແລະ ຕ່າງປະ​ເທດ. ແຕ່​ກໍ່​ເຫັນ​ວ່າ ມີ​ບາງຢ່າງທີ່​ຄວນ​ຈະ​ໄດ້​ມີ​ການ​ປັບປຸງ ​ເພື່ອ​ໃຫ້​ແທດ​ເໝາະ​ກັບ​ການ​ພີ​ມ​ເອກ​ກະສາ​ນ ໃນ​ຍຸກ​ປະຈຸ​ບັນ ເຊັ່ນ:
* ​ໄດ້​ປ່ຽນ​ເອົາ ຕົວ​ໜັງສື 'ຣ' ໄປ​ຢູ່​ໃນ​ໜ້າ​ທີ່ສອງ ​ແລະ ​ເອົາ​ຕົວ​ໜັງສື 'ຮ' ຂື້ນ​ມາ​ຢູ່​ໜ້າ​ທີ່​ໜື່ງແທນ, ​ເພາະ​ໂຕພະຍັນຊະນະ (ຮ) ແມ່ນ​​ມີ​ການ​ນຳ​ໃຊ້​ຫລາຍ ​ໃນ​ຄຳ​ສັບ​ພາສາ​ລາວ ​ໃນ​ປະຈຸ​ບັນ.
* ​ໄດ​້​ເພ້ີ​ມ ​ເຄື່ອງໝາຍ ສະກຸນ​ເງີນກີບ ​ເຂົ້າ ​ໄປ​ແທນ ສະ​ກຸນ​ເງີນ (FR).
* ​ໄດ້​ຍ້າຍ ປຸ່ມ​ຂອງພະຍັນຊະນະ (ໝ) ມາ​ຢູ່​ປຸ່ມ​ດຽວ​ກັບ​ພະຍັນຊະນະ (ມ) ແຕ່​ກັບ​ໄວ້​ໃນ​ໜ້າ​ທີ່​ສອງ, ​ແລະ ກໍ່​ເຊັນ​ດຽວ​ກັນ​ກັບ ພະຍັນຊະນະ (ໜ ກັບ ນ) ແລະ (ລ ກັບ ຫຼ).
* ​ໄດ້​ເພີ້​ມການ​ພີ​ມຕົວ​ເລກ​ພາສາ​ລາວ ​ໄວ້​ໃນ​ໜ້າ​ທີ່​ສາມ ຂອງ​ແປ້ນ​ພີ​ມພາສາ​ລາວ.

ໜ້າ​ທີ່ 1 ຂອງ​ແປ້ນ​ພີ​ມພາສາ​ລາວ ​ໃນ​ລະບົບ ຄອມ​ພິວ​ເຕີ

V. ບັນດາ​ໂປຼ​ແກຼມ​ແປ້ນ​ພີ​ມພາສາ​ລາວ​ໃນ​ຄອມ​ພິວ​ເຕີ
ປະຈຸ​ບັນ​ມີ​ ຜູ້​ຜະລິດ ​ໂປຼ​ແກຼມ ​ແປ້ນ​ພີ​ມພາສາ​ລາວ ​ໃນ​ລະບົບ ຄອມ​ພິວ​ເຕີ ຈຳນວນ ຫລາຍ​ສົມຄວນ, ​ເຊີ່ງ ບາງ​ໂປຼ​ແກຼມ ກໍ່​ມີ​ຄວາມ ທັນ​ສະ​ໄໝ ແລະ ສະດວກ​ສະບາຍ, ​ເຊີ່ງ​ສາມາດ ສັງ​ລວມ​ໄດ້​ສາມ​ຮູບ​ແບບ​ ​ໂປຼ​ແກຼມ​ແປ້ນ​ພີ​ມພາສາ​ລາວ ຄື:
1. ໂປຼ​ແກຼມ ສຳລັບ ຕາຕະລາງ​ຕົວ​ໜັງສື​ລາວ ​ແບບ upper ASCII: ​ໂປຼ​ແກຼມນີ້​ແມ່ນ ງ່າ​ຍດາຍ, ພຽງ​ແຕ່ ​ປ່ຽນ​ໂຕ​ໜັງສື ອັງກິດ ​ໃນ Font ພາສາ ອັງກິດ ມາ​ເປັນ ຕົວ​ໜັງສືລາວ ກໍ່​ຈະ​ສາມາດ ພີ​ມພາສາ​ລາວ​ເຂົ້າ​ໃນ​ຄອມ​ພິວ​ເຕີ​ໄດ້​ໂລດ. ແຕ່​ເນື່ອງ​ຈາກ ພາສາ​ລາວ ມີໂຄ້ງ​ສ້າງ ຫລາຍ​ແຖວ ກ່ວາ ພາສາ​ອັງກິດ, ຈຶ່ງ​ເຮັດ​ໃຫ້ ໂຕ​ໜັງສື​ທີ່​ພີ​ມອອກ​ມານັ້ນ ບໍ່​ມີ ​ຕຳ​ແໜ່​ງທີ່ຢູ່​ງາມ​ປານ​ໃດ, ​ເພາະ​ໃນ​ການ​ຂຽນ​ພາສາ​ລາວ​ແຖວ​ໜຶ່ງ ຈະ​ນຳ​ໃຊ້ ພາສາ​ອັງກິດ ສີ່​ແຖວ.
2. ໂປຼ​ແກຼມສຳລັບ ຕາຕະລາງ​ໂຕ​ໜັງສືລາວ ແບບ lower ASCII: ​ເພື່ອ​ຈະ​ສາມາດ ​ເອີ້ນ​ຕົວ​ໜັງສື​ລາວ ​ໃນ​ຕາຕະລາງ​ຕົວ​ໜັງສື ແບບ Lower ASCII ນີ້ ແມ່ນຈຳ​ເປັນ​ຕ້ອງ​ໄດ້ ສ້າງ​ໂປຼ​ແກຼມ ຂື້ນ​ມາ​ໂດຍ​ສະ​ເພາະ ​ເອີ້ນ​ວ່າ (add​_on software), ​ເຊີ່ງ​ໃນ​ການ​ຂຽນ​ໂປຼ​ແກຼມ​ເລົ່າ​ນີ້ ກໍ່​ມີ​ຄວາມ​ຍາກ​ຫລາຍ​​ສົມຄວນ, ​ເຊີ່ງ​ມີ​ພຽງ​ຜູ້​ຜະລິດ ຈຳນວນ​ໜ້ອຍ​ເທົ່າ​ນັ້ນ ທີ່​ຮູ້​ວິທີ​ຂຽນ​ໂປຼ​ແກຼມ ດັ່ງກ່າວ, ​ເທົ່າ​ທີ່ ຮູ້ ແມ່ນ​ມີ​ພຽງ ທ່ານ ດຣ. ຈອນ ເດີ​ດິນ, ຜູ້​ຜະລິດ ​ໂປຼ​ແກຼມ LSWIN.
​ແຕ່​ບັນຫາ​ມີ​ຢູ່​ວ່າ ຈະ​ຕ້ອງ​ໄດ້​ມີ​ການ ພັດທະນາ ​ໂປຼ​ແກຼມ Add_On Software ໃນ​ທຸກ​ຄັ້ງ ​ເມື່ອ​ເວລາ ມີ ຊອບ​ແວ​ໃໝ່ ອອກ​ມາ​ນຳ​ໃຊ້, ​ເພາະຊອບ​ແວ​ອອກ​ໃໝ່​ນັ້ນ ຈະ​ບໍ່​ໄດ້ ສະໜັບສະໜູນ​ພາສາ​ລາວ ​ໃນ​ລະບົບ ຕາຕະລາງ Lower ASCII, ສະນັ້ນ ຈະ​ໃຊ້​ເວລາ​ພໍ​ສົມຄວນ​ໃນ​ການ ພັດທະນາ​ໂປຼ​ແກຼມ, ​ເຮັດ​ໃຫ້ ພາສາ​ລາວ ບໍ່​ສາມາດ ນຳ​ໃຊ້​ໄດ້ໃນ​ຫລາຍໆ ໂປຼ​ແກຼມ.
3. ໂປຼ​ແກຼມ ສຳລັບ ຕາຕະລາງ​ພາສາ​ລາວ ​ໃນ​ລະບົບ Unicode: ​ໃນ​ປະຈຸ​ບັນ ເກືອ​ບວ່າ ທຸກ​ລະບົບ ປະຕິບັດ​ການ (Operation System) ແມ່ນຮັບຮອງລະບົບ Unicode, ເຊີ່ງ ຜູ້ຜະລິດ ຈະສ້າງໂປຼແກຼມແປ້ນພີມອັນລວມ ທີ່ສາມາດ ຮັບໃຊ້ໄດ້ທຸກພາສາ ທີ່ມີໃນລະບົບ Unicode, ເຊີ່ງລວມທັງພາສາລາວ.

ຕົວຢ່າງ ໃນ ລະບົບປະຕິບັດການ Windows ລຸ້ນໃໝ່ ທີ່ ຮັບຮອງ ລະບົບ Unicode ກໍ່ໄດ້ ສ້າງໂປຼແກຼມ Keyboard Mapping, ເຊີ່ງເຮັດໃຫ້ ທຸກພາສາລາ ທີ່ມີໃນລະບົບ Unicode ສາມາດ ພີມເຂົ້າໃນຄອມພິວເຕີ ຜ່ານ ໂປຼແກຼມນີ້ໄດ້, ໂດຍທີ່ ຜູ້ຊົມໃຊ້ ບໍ່ຈຳເປັນຕ້ອງໄດ້ ໄປພັດທະນາ ໂປຼແກຼມ ມາເພີ້ມໃສ່ເລີຍ.

 

ດາວໂຫຼດ Font
ແຈ້ງການ ຮັບຮອງຟອມເພັດຊະລາດເປັນມາດຕະຖານ
ແຈ້ງການ ການນຳໃຊ້ຟອມເພັດຊະລາດ
ວາ​ລະ​ສານ ໄອ​ຊີ​ທີ