ປະຫວັດພາສາລາວ ຮູບແບບຕົວໜັງສື phetsarath

ປະຫວັດພາສາລາວ

ຊຸດຕົວອັກສອນລາວ

ໜັງ​ສື​ລາວ ມີ​ຕົ້ນ​ກຳ​ເນິດ​ມາ​ຈາກ ພາ​ສາ ບາ​ລີ ແລະ ສັນ​ສະ​ກິດ​, ​ເຊີ່ງ​ຕົວ​ອັກ​ສອນ​ທີ່​ນຳ​ໃຊ້​ໃນ​ການ​ສື່​ສານ ແມ່ນ​ມີ​ເຄົ້າ​ມາ​ຈາກ ພາ​ສາ​ສັນ​ສະ​ກິດ​, ສ່ວນ​ຕົວ​ອັກ​ສອນ​ທີ່​ມີ​ເຄົ້າ​ມາ​ຈາກ​ພາ​ສາ​ບາ​ລີ ແມ່ນ​ນຳ​ໃຊ້​ໃນ ພາ​ສາ​ທັມ​. ຕົວ​ອັກ​ສອນ​ລາວ ປະ​ກອບ​ມີ 56 ຕົວ​ໜັງ​ສື ແລະ ​ເຄື່ອງ​ໝາຍ ​ເຊີ່ງ​ປະ​ກອບ​ມີ​: 33 ພະ​ຍັນ​ຊະ​ນະ​, 28 ສະ​ຫຼະ​, 4 ວັນ​ນະ​ຍຸດ​, 3 ເຄື່ອງ​ໝາຍ​ພິ​ເສດ ​ແລະ 10 ຕົວ​ເລກ​ລາວ​.

1. ພະ​ຍັນ​ຊະ​ນະ​:

​ໃນ​ຈຳ​ນວນ 33 ພະ​ຍັນ​ຊະ​ນະ​ຂອງ​ພາ​ສາ​ລາວ ລວມ​ມີ 27 ພະ​ຍັນ​ຊະ​ນະ​ດ່ຽວ ​ແລະ 6 ພະ​ຍັນ​ຊະ​ນະ​ປະ​ສົມ​.

1.1 ພະ​ຍັນ​ຊະ​ນະ​ດ່ຽວ ​ແມ່ນ​ມີ​ຄື:

​ກ​(1); ຂ(2); ຄ(3); ງ(4); ຈ(5); ສ(6); ຊ(7); ຍ(8); ດ(9); ຕ(10); ຖ(11); ທ(12); ນ(13); ບ(14); ປ(15); ຜ(16); ຝ(17); ພ(18); ຟ(19); ມ(20); ຢ(21); ຣ(22); ລ(23); ວ(24); ຫ(25); ອ(26); ຮ(27);

1.2 ພະ​ຍັນ​ຊະ​ນະ​ປະ​ສົມ ​ແມ່ນ​ມີ​ຄື​:

ຫ(24) + ງ(4) = ຫງ(28); ຫ(24) + ຍ(8) = ຫຍ(29); ຫ(24) + ນ(13) = ໜ(30)

​ຫ(24) + ມ(20) = ໝ(31); ຫ(24) + ລ(22) = ຫລ or ຫຼ (32); ຫ(24) + ວ(23) = ຫວ(33)

2. ສະ​ຫຼະ ​ແມ່ນ​ມີ​ຄື​: ◌ະ(1); ◌າ(2); ິ(3); ີ(4); ຶ(5); ື(6); ຸ(7); ູ(8); ເ◌​ະ(9); ເ◌(10); ແ◌​ະ(11); ແ◌(12); ໂ◌​ະ(13); ໂ◌(14); ເ◌​າະ(15); ໍ(16); ເິ(17); ເີ(18); ເັຽ(19); ເ◌​ຽ(20); ົ​ວະ​(21); ົວ(22); ເຶອ(23); ເືອ(24); ໄ◌(25); ໃ◌(26); ຳ (27); ເົາ(28).

3. ວັນ​ນະ​ຢຸດ ​ແມ່ນ​ມີ​ຄື​: x່ x້ x໊ x໋

4. ເຄື່ອງ​ໝາຍ​ພິ​ເສດ​: "ໆ"; "ຯ"; "໌"

5. ຕົວ​ເລກ​ລາວ​: ໐; ໑; ໒; ໓; ໔; ໕; ໖; ໗; ໘; ໙​

​ຕົວ​ໜັງ​ສື (Character) ແມ່ນ​ອົງ​ປະ​ກອບ​ນ້ອຍ​ທີ່​ສຸດ ຂອງ​ການ​ຂຽນ​ພາ​ສາ ທີ່​ມີ​ຄຸ່ນ​ຄ່າ​ໃນ​ການ​ໃຫ້​ຄວາມ​ໝາຍ​ຂອງ​ຄຳ​, ​ເຊິ່ງ​ອ້າງ​ອິງ​ເຖີງ ຄວາມ​ໝາຍ ອາ​ການ ​ແລະ​/​ຫຼື ຮູບ​ຮ່າງ​, ​ເພາະ​ຢູ່​ໃນ​ຕາ​ຕະ​ລາງ​ຕົວ​ໜັງ​ສື​ນັ້ນ ມັນ​ມີ​ຄວາມ​ຈຳ​ເປັນ ທີ່​ຈະ​ຕ້ອງ​ໃຫ້​ຜູ້​ອ່ານ​ສາ​ມາດ​ເຂົ້າ​ໃຈ ຄວາມ​ໝາ​ຍ​ຂອງ​ແຕ່​ລະ​ຕົວ​ໜັງ​ສື​ໄດ້​.

​ຂໍ້​ມູນ​ຂ່າວ​ສານ ທີ່​ບັນ​ຈຸ​ໃນ​ຄອມ​ພິວ​ເຕີ ແມ່ນ​ເປັນ​ລັກ​ສະ​ນະ​ຕົວ​ເລກ​ຖານ​ສອງ (ຄື​ 0 ກັບ 1), ​​ໂດຍ​ຄອມ​ພິວ​ເຕີ "map" ຈະ​ໃຫ້​ແຕ່​ລະ​ຄ່າ​ຕົວ​ເລກ​ ແທນ​ຕົວ​ໜັງສື​ນັ້ນໆ, ​ເຊີ່ງ​ໂດຍ​ທົ່ວ​ໄປ​ແລ້ວ​ເອີ້ນ​ວ່າ ຕາ​ຕະ​ລາງ​ຕົວ​ໜັງ​ສື ​ບັນ​ທຶກ​ໃນ​ລະ​ບົບ​ຄອມ​ພິວ​ເຕີ (Character Set or the Code Page). The Character set ແມ່ນ​ການ​ບັນ​ທຶກ​ເປັນ​ລໍາ​ດັບ ຂອງ​ຕົວ​ໜັງ​ສື (ພະ​ຍັນ​ຊະ​ນະ​/​ຕົວ​ເລກ ​ແລະ ​ເຄື່ອງ​ໝາຍ​) ທີ່​ນຳ​ໃຊ້​ເພື່ອ​ທຽບ​ຕົວ​ໜັງ​ສື​ໃນ​ແປ້ນ​ພີ​ມ​, ​ເພື່ອ​ສະ​ແດງ​ຕົວ​ໜັງ​ສື​ໃນ​ຈໍ​ພາບ​, ​ແລະ ​ເພື່ອ​ແລກ​ປ່ຽນ​ຕົວ​ໜັງ​ສື ໃນ​ຮູບ​ແບບ​ດີ​ຈີ​ຕັນ (ຕົວ​ເລກ​). ຖ້າ​ປັດ​ສະ​ຈາກ Character Set ແລ້ວ ​ແມ່ນ​ບໍ່​ສາ​ມາດ ທີ່​ຈະ ​ປ້ອນ​ເຂົ້າ​, ພີ​ມ​ອອກ​, ບັນ​ທຶກ ​ແລະ ຂົນ​ສົ່ງ ຂໍ້​ມູນ​ຂ່າວ​ສານ​ເລົ່າ​ນັ້ນ ໃນ​ລະ​ບົບ​ຄອມ​ພິວ​ເຕີ ແລະ ​ເຄື່ອງ​ເອ​ເລັກ​ໂທຼ​ນິກ ອື່ນໆ ໄດ້​ຢ່າງ​ເດັດ​ຂາດ​.

​ໃນ​ປີ 1993 ອົງ​ການ​ມາດ​ຕະ​ຖານ​ສາ​ກົນ ໄດ້​ສ້າງ ມາດ​ຕະ​ຖານ​ສາ​ກົນ​ກ່ຽວ​ກັບ ຕາ​ຕະ​ລາງ​ຕົວ​ໜັງ​ສື​ທີ່​ມີ​ຫລາຍ​ພາ​ສາ ທີ່​ພວກ​ເຮົາ​ຮູ້​ໃນ​ນາມ ISO​ 10646 ແລະ ກໍ່​ໄດ້​ມີ​ການ​ໂອນ​ປ່ຽນ​ມາ​ເປັນ Unicode. ບໍ່​ຮູ້​ວ່າ ມັນ​​ເປັນ​ການ​ໂຊກ​ດີ ຫຼື ໂຊກ​ຮ້າຍ ສຳ​ລັບ ພາ​ສາ​ລາ​ວ ຂອງ​ພວກ​ເຮົາ ທີ່​ທາງ​ອົງ​ການ​ສາ​ກົນ ໄດ້​ບັນ​ຈຸ​ພາ​ສາລາວ​ເຂົ້າ​ໃນ​ລະບົບ​ຕາຕະລາງ​ດັ່ງກ່າວ ຕັ້ງ​ແຕ່​ລິ​ເລີ້ມ​ສ້າງ​ຕັ້ງ​ຕາ​ຕະ​ລາງ​, ​ໂດຍ​ບໍ່​ຮູ້​ວ່າ​ແມ່ນ​ໃຜ​ເປັນ​ຜູ້​ສະ​ເໜີ​.

ຢູ່​ໃນ​ຕາ​ຕະ​ລາງ​ນີ້​ປະ​ກອບ​ມີ 65 ເຄື່ອງ​ໝາຍ ຂອງ​ຕົວ​ໜັງ​ສື​ລາວ ​ເຊີ່ງ​ທັງ​ໝົດ​ກໍ່​ລ້ວນ​ແຕ່​ບັນ​ຈຸ​ຢູ່​ໃນ​ຫລັກ​ໄວ​ຍະ​ກອນ​ລາວ ​ເຊີ່ງ​ໄດ້​ແກ່​: 27 ພະ​ຍັນ​ຊະ​ນະ​ດ່ຽວ​, 03 ພະ​ຍັນ​ຊະ​ນະ​ປະ​ສົມ​ທີ່​ເປັນ​ຮູບ​ດ່ຽວ​, 18 ສະ​ຫຼະ​ດ່ຽວ​, 04 ວັນ​ນະ​ຢຸດ​, 03 ເຄື່ອງ​ໝາຍ​ພິ​ເສດ ​ແລະ 10 ຕົວ​ເລກ​ລາວ​.

ຢູ່​ໃນ​ຕາ​ຕະ​ລາງ Unicode, ຕົວ​ໜັງ​ສື​ລາວ​ແມ່ນ​ໄດ້​ຖືກ​ບັນ​ຈຸ​ໃສ່ ໃນ​ຫ້ອງ​ທີ່ 0x0E80 ຫາ 0x0EFF, ​ເຊີ່ງ​ບໍ່​ມີ​ພາ​ສາ​ອື່ນ​ໃດ​ທີ່​ຈະ​ມາ​ບັນ​ຈຸ​ໃສ່​ບັນ​ດາ​ຫ້ອງ​ທີ່​ຈັດ​ຫາ​ເລົ່າ​ນີ້​. ສ່ວນ​ເຄື່ອງ​ໝາຍ ​ແລະ ຕົວ​ເລກ​ອາ​ລັບ ທີ່​ນຳ​ໃຊ້​ໃນ​ພາ​ສາ​ລາວ​ນັ້ນ ແມ່ນ​ຖຶກ​ບັນ​ຈຸ​ໃນ​ຫ້ອງ 32 ຫາ 255. ແຕ່​ຜູ້​ທີ່​ນຳ​ສະ​ເໜີ​ຕາ​ຕະ​ລາງ​ຕົວ​ໜັງ​ສື​ລາວ​ນັ້ນ ໄດ້​ມີ​ການ​ຈັດ​ລຽງ​ລຳ​ດັບ​ຕົວ​ອັກ​ສອນ​ລາວ ບົນ​ພື້ນ​ຖານ​ທຽບ​ສຽງ​ກັບ​ຕົວ​ອັກ​ສອນ​ໄທ​, ​ແຕ່​ເນື່ອງ​ຈາກ​ວ່າ ພາ​ສາ​ໄທ ມີ​ຈຳ​ນວນ​ຕົວ​ອັກ​ສອນ ຫລາຍ​ກ່ວາ​ພາ​ສາ​ລາວ​, ​​​ຖ້າ​ກໍ​ລະ​ນີ ຕົວ​ອັກ​ສອນ​ລາວ​ຕົວ​ໃດ ທີ່​ບໍ່​ມີ​ສຽງ​ຄື​ກັບ​ຕົວ​ອັກ​ສອນ​ໄທ​ແລ້ວ​, ຜູ້​ສະ​ເໜີ​ກໍ່​ປະ​ຕາ​ຕະ​ລາງ​ເປັນ​ຫ້ອງ​ວ່າງ​ເປົ່າ​. ເຖີງ​ແມ່ນ​ວ່າ​ພວກ​ເຮົາ​ບໍ່​ສາ​ມາດ ​ເຮັດ​ການ​ຈັດ​ລຽງ​ພາ​ສາ​ລາວ ​ໂດຍ​ອີງ​ຕາມ​ໂຄງ​ສ້າງ ຂອງ​ຕາ​ຕະ​ລາງ​ພາ​ສາ​ລາວ​ໃນ Unicode ໄດ້​, ​ແຕ່​ຕາ​ຕະ​ລາງ​ດັ່ງ​ກ່າວ ກໍ່​ໃຫ້​ພວກ​ເຮົາ​ສາ​ມາດ​ຂຽນ​ ພະ​ຍາງ ​ແລະ ຄຳ​ສັບ​ໃນ​ພາ​ສາ​ລາວ ​ໄດ້​ທັງ​ໝົດ​.

ຮູບແບບຕົວໜັງສື

ໂຕ​ພີ​ມ​ໜັງ​ສື (Font) ແມ່ນ​ການ​ສະ​ສົມ ບັນ​ດາ​ຮູບ​ຕົວ​ໜັງ​ສື ເພື່ອ​ພັນ​ລະ​ນາ​ໃຫ້​ເຫັນ ຂໍ້​ມູນ​ຂອງ​ຕົວ​ໜັງ​ສື​. Font ປະ​ກອບ​ດ້ວຍ​ບັນ​ດາ​ອົງ​ປະ​ກອບ​ຂອງ​ຕົວ​ໜັງ​ສື ເຊັ່ນ​: ຂະ​ໜາດ​, ຮູ​ບ​ແບບ​,, ຄວາມ​ກ້ວາງ​, ຄວາມ​ສູງ​, ​ເຊີ່ງ​ເມື່ອ​ພວກ​ເຮົາ​ໃຫ້​ຄ່າ​ທາງ​ຕົວ​ເລກ​ມັນ​ແລ້ວ ຈະ​ສາ​ມາດ ​ໃຫ້​ກຳ​ເນິດ​ ຮູບ​ພາບ​ຂອງ​ຕົວ​ໜັງ​ສື​.

Font ປະ​ກອບ​ມີ​ສາມ​ອົງ​ປະ​ກອບ​ຄື​: ລະ​ຫັດ​ຂອງ​​ໂຕ​ພີ​ມ​ໜັງ​ສື​, ຖານ​ຂໍ້​ມູນ​ຮູບ​ພາບ​ຂອງ​ຕົວ​ໜັງ​ສື ແລະ ຕາ​ຕະ​ລາງ​ຕົວ​ໜັງ​ສື

ລະ​ຫັດ​ຂອງ​ໂຕ​ພີ​ມ​ໜັງ​ສື (Coded Font) : Coded font ແມ່ນ​ການ​ແປ ສີ່​ງ​ທີ່​ທ່ານ​ຕ້ອງ​ການ​ຂຽນ (ຕົວ​ຢ່າງ​: ຂໍ້​ຄວາມ ທີ່​ທ່ານ ພີ​ມ​ເຂົ້າ​ໄປ​ໃນ​ຄອມ​ພີ​ມ​ເຕີ​)​ໃຫ້​ກາຍ​ເປັນ ໂຕ​ໜັງ​ສື​ ສຳ​ລັບ​ພີ​ມ​. ລະ​ຫັດ​ຂອງ​ໂຕ ​ພີ​ມ​ໜັງ​ສື ທີ່​ເຮັດ​ວຽກ​ພົວ​ພັນ​ກັບ ຕາ​ຕະ​ລາງ​ຕົວ​ໜັງ​ສື ແລະ ຖານ​ຂໍ້​ມູນ​ຮູບ​ພາບ​ຂອງ​ຕົວ​ໜັງ​ສື ປະ​ກອບ​ດ້ວຍ​ສອງ​ພາກ​ສ່ວນ​ຄື​: ພາກ​ສ່ວນ​ທີ່ ພົວ​ພັນ ກັບ ຖານ​ຂໍ້​ມູນ​ຮູບ​ພາບ​ຂອງ​ຕົວ​ໜັງ​ສື ແລະ ພາກ​ສ່ວນ​ທີ່​ພົວ​ພັນ ກັບ​ຕາ​ຕະ​ລາງ​ຕົວ​ໜັງ​ສື​

​ຖານ​ຂໍ້​ມູນ​ຮູບ​ພາບ​ຕົວ​ໜັງ​ສື (Font Character Set): Font character ປະ​ກອບ​ດ້ວຍ ບັນ​ດາ​ຕົວ​ໜັງ​ສື ທີ່​ມີ​ນາ​ມ​ສະ​ກຸນ​ໜຶ່ງ​ດຽວ​ກັນ​, ຮູບ​ຮ່າງ​ໜ້າ​ຕາ​ຂອງ​ຕົວ​ພີ​ມ ແລະ ຂະ​ໜາດ​ຂອງ​ຕົວ​ພີ​ມ​. ນອກ​ຈາກ​ນັ້ນ ຖານ​ຂໍ້​ມູນ​ຮູບ​ພາບ​ຕົວ​ໜັງ​ສື ຍັງ​ໄດ້​ລະ​ບຸ​ເຖີງ ຄຸນ​ສົມ​ບັນ ຂອງ​ຕົວ​ໜັງ​ສື ແລະ ຄຸນ​ສົມ​ບັດ​ຂອງ​ການ​ພີ​ມ​.

​ຕາ​ຕະ​ລາງ​ຕົວ​ໜັງ​ສື (Code Page)

ຕາ​ຕະ​ລາງ​ຕົວ​ໜັງ​ສື ແມ່ນ​ຈະ​ເຮັດ​ການ ທຽບ​ຄ່າ ຂອງ​ແຕ່​ລະ​ຕົວ​ໜັງ​ສື ໃນ​ຂໍ້​ຄວາມ ກັບ ຖານ​ຂໍ້​ມູນ​ຮູບ​ພາບ​​ຕົວ​ໜັງ​ສື​. ຖ້າ​ຫາກ ທ່ານ ປ້ອນ​ຂໍ້​ຄວາມ​ເຂົ້າ​ໃນ​ເຄື່ອງ​ຄອມ​ພິວ​ເຕີ​, ​ແຕ່​ລະ​ແປ້ນ​ພີ​ມ ຈະ​ເຮັດ​ການ ແປ​ຕົວ​ໜັງ​ສື​ທີ່​ພີ​ມ ​ໄປ​ເປັນ​ລະ​ຫັດ​ຕົວ​ເລກ​. ​ເມື່ອ​ເວລາ ຂໍ້​ຄວາມ​ຈະ​ພີ​ມ​ອອກ​, ​ແຕ່​ລະ ລະ​ຫັດ​ຕົວ​ເລກ ຈະ​ທຽບ​ຄ່າ​ກັບ ລະ​ຫັດ​ຂອງ​ຕົວ​ໜັງ​ສື ໃນ​ຕາ​ຕະ​ລາງ​ໂຕ​ໜັງ​ສື​, ​ເຊີ່ງ​ຖ້າ​ຫາກ ລະ​ຫັດ​ໂຕ​ໃດ​ຫາກມີ ຄ່າ ​ຄື​ກັນ​, ​ໂປຼ​ແກຼມ ກໍ່​ຈະ​ພີ​ມ​ຮູບ​ພາບ​ຂອງ​ຕົວ​ໜັງ​ສື​ນັ້ນ​ອອກ​ມາ​. ຮູບ​ຂ້າງ​ລຸ່ມ ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ ຕາ​ຕະ​ລາງ​ຕົວ​ໜັງ​ສື ເຮັດ​ການ ທຽບ​ຄ່າ ກັບ​ຖານ​ຂໍ້​ມູນ​ຮູບ​ພາບ​ຕົວ​ໜັງ​ສື​.

​ຄວາມ​ສູງ​ຂອງ​ຕົວ​ໜັງ​ສື ທີ່​ຢູ່​ໃນ​ລະ​ດັບ​ຕ່າງ​ກັນ​ນັ້ນ ແມ່ນ ບໍ່​ເທົ່າ​ກັນ​, ​ແຕ່​ເມື່ອ​ສັງ​ເກດ​ເບີ່​ງ​ແລ້ວ​ເຫັນ​ວ່າ ຕົວ​ໜັງ​ສື​ໃນ​ລະ​ດັບ​ສາມ ຈະ​ສູງ​ຍາວ​ກ່ວາ​ໝູ່​, ​ເຊີ່ງ ຕົວ​ໜັງ​ສື ໃນ​ລະ​ດັບ ສອງ ​ແລະ ສີ່ ​ແມ່ນ ຈະ​ເທົ່າ​ເຄິ່ງໜຶ່ງ ຂອງ​ຕົວ​ໜັງ​ສື​ໃນ​ລະ​ດັບ​ສາມ​, ສ່ວນ​ຄວາມ​ສູງ​ຂອງ​ຕົວ​ໜັງ​ສື ໃນ​ລະ​ດັບ​ໜຶ່ງ ຈະ​ເທົ່າ​ເຄ​ິ່ງ​ໜຶ່ງ ຂອງ ​ຕົວ​ໜັງ​ສື ໃນ​ລະ​ດັບ ສອງ​.

ຄຸນ​ລັກ​ສະ​ນະ ຂອງ ຮູບ​ຕົວ​ໜັງ​ສື​ລາວ ສາ​ມາດ ​ແບ່ງ​ອອກ​ເປັນ 6 ໝວດ​ຄື​:

1. ໝວດ​ຢູ່​ເທີ​ງ​ສຸດ (Above1): ​ໄດ້​ແກ່ ວັນ​ນະ​ຢຸດ ​ແລະ ​ໄມ້​ກະ​ລັນ​: ່, ້, ໊, ໋, ໌.

2. ໝວດ​ຢູ່​ເທີ​ງ​ທີ່​ສອງ​: ​​ໄດ້​ແກ່​ສະ​ຫຼະ​ທັງ​ເທິງ​ຄື​: ົ, ັ, ໍ, ິ, ີ, ຶ, ື.

3. ໝວດ​ທີ່​ຢູ່​ເສັ້ນຫ​ລັກ (Base line): ​ໄດ້​ແກ່ ພະ​ຍັນ​ຊະ​ນະ​, ສະ​ຫຼະ​ທາງ​ໜ້າ ​ແລະ ທາງ​ຫຼັງ ​ແລະ ​ເຄື່ອງ​ໝາຍ​ພິ​ເສດ​, ​ເຊີ່ງ ສາ​ມາດ​ແບ່ງ​ອອກ​ເປັນ​ສາມ​ຈຸ​ຄື​:

_ ພະ​ຍັນ​ຊະ​ນະ​ທີ່​ມີ​ຄວາມ​ສູງ​ທຳ​ມະ​ດາ​: ກ, ຂ, ຄ, ຈ, ສ, ຍ, ດ, ຕ, ທ, ນ, ບ, ຜ, ພ, ມ, ຣ, ລ, ວ, ຫ, ອ, ຮ

_ ພະ​ຍັນ​ຊະ​ນະ​ທີ່​ສູງ​ກາຍ​ມາ​ລະ​ດັບ​ສອງ​: ປ, ຝ, ຟ, ຢ, ໄ, ໃ, ໂ ​ເຊີ່ງ​ຕ້ອງ​ໄດ້ Kerning

_ ພະ​ຍັນ​ຊະ​ນະ ທີ່​ຍາວ​ລົງ​ມາ ລະ​ດັບ​ສີ່​: ຊ, ຖ, ງ, ຽ. ເຊີ່ງ​ຕ້ອງ​ໄດ້ Mark to base

4. ໝວດ​ທີ່​ຢູ່​ຕໍ່າ​ທີ່ 1: ​ໄດ້​ແກ່​ພະ​ຍັນ​ຊະ​ນະ " ຼ"

5. ໝວດ​ທີ່​ຢູ່​ຕ່ຳ​ທີ່​ສອງ 2: ​ໄດ້​ແກ່ ສະ​ຫຼະ​ຢູ່​ທາງ​ລຸ່ມ​: "ຸ", 'ູ'

6. ໝວດ​ທີ່​ຕ້ອງ​ການ ກຳ​ນົດ​ຄຸນ​ລັກ​ສະ​ນະ​ພິ​ເສດ​: ​ໄດ້​ແກ່​ສະ​ຫຼະ "ໍາ"

ຕາຕະລາງຕົວໜັງສືລາວ ໃນລະບົບ ຢູນີໂກດ

 

ດາວໂຫຼດ Font
ແຈ້ງການ ຮັບຮອງຟອມເພັດຊະລາດເປັນມາດຕະຖານ
ແຈ້ງການ ການນຳໃຊ້ຟອມເພັດຊະລາດ
ວາ​ລະ​ສານ ໄອ​ຊີ​ທີ