ພິທີເຊັນສັນຍາຮ່ວມມື ໃນການພັດທະນາພາສາລາວ ໃນລະບົບໄອຊີທີ ລະຫວ່າງ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ສປປ ລາວ ກັບ ບໍລິສັດ ຫວຽດເທວກຣຸບ

22/04/2021

ພິທີເຊັນສັນຍາຮ່ວມມື ໃນການພັດທະນາພາສາລາວ ໃນລະບົບໄອຊີທີ ລະຫວ່າງ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ສປປ ລາວ ກັບ ບໍລິສັດ ຫວຽດເທວກຣຸບ

ໃນວັນທີ 25 ມີນາ 2014 ທີ່ນະຄອນຫລວງວຽງຈັນ ໄດ້ມີພິທີເຊັນສັນຍາຮ່ວມມື ໃນການພັດທະນາພາສາລາວ ໃນລະບົບໄອຊີທີ ລະຫວ່າງ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ສປປ ລາວ ກັບ ບໍລິສັດ ຫວຽດເທວກຣຸບ, ສສ ຫວຽດນາມ. ພາຍໃຕ້ສັນຍາສະບັບນີ້ ບໍລິສັດ ຫວຽດເທວກຣຸບ ໄດ້ໃຫ້ການຊ່ວຍເຫຼືອລ້າ ໃນມູນຄ່າ 500,000 US$ ໃນການຄົ້ນຄວ້າ ພັດທະນາ ແລະ ບັນຈຸ ຟອນ ແລະ ແປ້ນພິມ ພາສາລາວ ເຂົ້າໃນລະບົບມືຖື ເປັນຕົ້ນ ລະບົບ IOS, Android, Window Phone ແລະ ໃນລະບົບຄອມພິວເຕີ Microsoft Windows ພ້ອມນັ້ນ ກໍ່ຈະເຮັດການຝຶກອົບຮົມ ຖ່າຍທອດເຕັກໂນໂລຊີ ໃຫ້ແກ່ນັກວິຊາການລາວ ໃຫ້ສາມາດດໍາເນີນການຄົ້ນຄວ້າ ແລະ ພັດທະນາເອງໄດ້ ໃນອານາຄົດ. ຊຶ່ງຈະໃຊ້ເວລາໃນການຈັດຕັ້ງປະຕິບັດ 1 ປີ ໂດຍ 3 ເດືອນທໍາອິດ ແມ່ນຈະໃຫ້ສໍາເລັດ ໃນລະບົບມືຖື, 6 ເດືອນຖັດມາ ແມ່ນ   ໃຫ້ສໍາເລັດໃນລະບົບຄອມພິວເຕີ ແລະ ຈາກນັ້ນ ກໍ່ຈະດໍາເນີນການ ເຜີຍແຜ່ ແລະ ສົ່ງເສີມການນໍາໃຊ້ໃຫ້ແກ່ສັງຄົມ.

ຕາງໜ້າຝ່າຍ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ລົງນາມ ໂດຍ ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ຫົວໜ້າຫ້ອງການ   ແລະ ຕາງໜ້າບໍລິສັດຫວຽດເທວກຣຸບ ລົງນາມໂດຍ ທ່ານ TRAN THE CUONG, ອໍານວຍການບໍລິສັດ ICT ຫວຽດເທວ ພິທີດັ່ງກ່າວ
ໄດ້ຮັບກຽດເປັນປະທານໂດຍ ທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີຊ່ວຍວ່າການກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມນີ້ທ່ານຍັງໄດ້ໃຫ້ກຽດໂອ້ລົມ ຊຶ່ງທ່ານໄດ້ເນັ້ນໃຫ້ເຫັນເຖິງ ຄວາມຈໍາເປັນໃນການພັດທະນາ ພາສາລາວ ໃນລະບົບໄອຊີທີ ເພາະການບໍ່ສາມາດນໍາໃຊ້ພາສາລາວໃນລະບົບໄອຊີທີ ແບບເອກະພາບ ແລະ ຖາວອນ ແມ່ນເປັນສິ່ງກີດຂວາງໃນການພັດທະນາ ແລະ ຂະຫຍາຍໄອຊີທີໄປສູ່ ຊົນນະບົດ. ລັດຖະບານລາວ ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານດັ່ງກ່າວ ຈຶ່ງໄດ້ຖືເອົາເປັນບູລິມະສິດໜຶ່ງ. ສະນັ້ນການທີ່ ບໍລິສັດ ຫວຽດເທວ ໄດ້ໃຫ້ການສະໜັບສະໜູນ ທາງດ້ານການເງິນ ກໍ່ຄື ບຸກຄະລາກອນ ເພື່ອດໍາເນີນການຄົ້ນຄວ້າ ແລະ ພັດທະນາ ອັກສອນລາວ ເຂົ້າໃນລະບົບມືຖື ແລະ ຄອມພິວເຕີ ໃນຄັ້ງນີ້, ແມ່ນມີຄວາມໝາຍ ຄວາມສໍາຄັນຫລາຍ ຕໍ່ການຂະຫຍາຍຕົວລະບົບໄອຊີທີໃນປະເທດພວກເຮົາ. ອັນເປັນການປະ ກອບສ່ວນ ອັນໃຫຍ່ຫລວງໃນການພັດທະນາເສດຖະກິດສັງຄົມ ແລະ ການຫັນເປັນອຸດສະຫະກໍາ ແລະ ທັນສະໄໝ ຕາມນະໂຍບາຍຂອງລັດຖະບານລາວ.

 

ດາວໂຫຼດ Font
ແຈ້ງການ ຮັບຮອງຟອມເພັດຊະລາດເປັນມາດຕະຖານ
ແຈ້ງການ ການນຳໃຊ້ຟອມເພັດຊະລາດ
ວາ​ລະ​ສານ ໄອ​ຊີ​ທີ