ພິທີເປີດໂຕການນຳໃຊ້ໂປຣແກຣມຟອນເພັດຊະລາດ ແລະ ແປ້ນພິມພາສາລາວໃນລະບົບຄອມພິວເຕີ ແລະ ມືຖື

22/04/2021

ພິທີເປີດໂຕການນຳໃຊ້ໂປຣແກຣມຟອນເພັດຊະລາດ ແລະ ແປ້ນພິມພາສາລາວໃນລະບົບຄອມພິວເຕີ ແລະ ມືຖື

ໃນຍຸກແຫ່ງສັງຄົມຂໍ້ມູນຂ່າວສານ ເຕັກໂນໂລຊີສື່ສານ ຂໍ້ມູນຂ່າວສານ ໄດ້ມີບົດບາດສຳຄັນ ແລະ ກາຍເປັນສິ່ງຈຳເປັນຂອງການ ດຳລົງຊີວິດປະຈຳວັນຂອງຄົນເຮົາ. ສະນັ້ນ, ການທີ່ຈະເຮັດໃຫ້ເຕັກໂນໂລຊີສື່ສານ ຂໍ້ມູນຂ່າວສານ ຮັບຮູ້ ແລະ ສື່ສານ ເປັນພາສາຂອງຕົນໄດ້ນັ້ນ ຈື່ງກາຍເປັນຄວາມຈຳເປັນ ເພື່ອເຮັດໃຫ້ກຸ່ມຄົນສ່ວນໃຫຍ່ທີ່ນຳໃຊ້ພາສານັ້ນໆ ສາມາດຮຽນຮູ້ນຳໃຊ້ໄດ້ຢ່າງງ່າຍດາຍ ແລະ ສື່ສານນຳກັນເປັນພາສາຕົນເອງ

ປະຈຸບັນມີຫຼາຍກວ່າ 1,000 ພາສາ ທີ່ຂຽນໃນທົ່ວໂລກ, ແຕ່ມີບໍ່ເຖິງ 50 ພາສາທີ່ຖືກບັນຈຸເຂົ້າໃນ ເຕັກໂນໂລຊີ ສື່ສານ ຂໍ້ມູນຂ່າວສານ ໂດຍຜູ້ຜະລິດເຕັກໂນໂລຊີນັ້ນ ດ້ວຍເຫດຜົນທາງດ້ານການລົງທືນ ແລະ ການຕະຫຼາດ. ສະນັ້ນ, ສໍາລັບພາສາອື່ນໆນັ້ນ ເພື່ອໃຫ້ສາມາດນຳໃຊ້ພາສາຂອງຕົນໄດ້ ບັນດາເຈົ້າຂອງພາສາກໍ່ຄືນັກຄົ້ນຄວ້າພາສານັ້ນໆ ຈະຕ້ອງໄດ້ພະຍາຍາມ ຄົ້ນຄວ້າ ເພື່ອໃຫ້ສາມາດນຳໃຊ້ພາສາຂອງຕົນ ເຂົ້າໃນລະບົບ ເຕັກໂນໂລຊີ ສື່ສານ ຂໍ້ມູນຂ່າວສານນັ້ນໄດ້ ລວມທັງ ພາສາລາວ.

ການທີ່ເຮັດໃຫ້ພາສາລາວ ສາມາດນໍາໃຊ້ໃນລະບົບຄອມພິວເຕີ ແລະ ມືຖື ແມ່ນມີຄວາມຈໍາເປັນ ຖ້າຫາກຢາກໃຫ້ປະຊາຊົນລາວສ່ວນໃຫຍ່ສາມາດນໍາໃຊ້ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ, ຊຶ່ງການພັດທະນາເຕັກໂນໂລຊີພາສາລາວ ເປັນວຽກງານບູລິມະສິດໜຶ່ງທີ່ສໍາຄັນ ຂອງກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ.

ໂຄງການຮ່ວມມືກໍ່ຄືການຊ່ວຍເຫຼືອ ຂອງ ບໍລິສັດ ຫວຽດເທວ ໃນຄັ້ງນີ້ ແມ່ນເປັນການປະກອບສ່ວນອັນສໍາຄັນ ໃນການພັດທະນາວຽກງານເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ຂອງ ສປປ ລາວ ຊຶ່ງໝາກຜົນຂອງການ ຄົ້ນຄ້ວາ ແມ່ນເຮັດໃຫ້ ຄົນລາວ ສາມາດຮຽນຮູ້ນໍາໃຊ້ເຕັກໂນໂລຊີໄດ້ງ່າຍຂື້ນ ແລະ ເຮັດໃຫ້ຄົນລາວ ບໍ່ວ່າຈະຢູ່ໃສ່ກໍ່ສາມາດສື່ສານກັນເປັນພາສາລາວໄດ້.

ຊຶ່ງໃນໄລຍະ 1 ປີ ຂອງການຄົ້ນຄວ້າ ແລະ ພັດທະນາ ສາມາດສ້າງໄດ້ໝາກຜົນຂອງການຮ່ວມມືຄື:

  • ມາດຕະຖານຟອນເພັດຊະລາດ ແລະ ແປ້ນພີມພາສາລາວ ສະບັບປັບປຸງໃໝ່
  • ໂປຣແກຣມຕິດຕັ້ງຟອນພັດຊະລາດ ແລະ ແປ້ນພີມພາສາລາວ ສາລັບລະບົປະຕິບັດການ Android ຊຶ່ງສາມາດ ດາວໂຫລດໄດ້ ທີ່ Google Play Store ແວບໃຊ.
  • ໂປຣແກຣມຕິດຕັ້ງຟອນພັດຊະລາດ ແລະ ແປ້ນພີມພາສາລາວ ສາລັບລະບົປະຕິບັດການ iOS ຊຶ່ງສາມາດ ດາວໂຫລດໄດ້ ທີ່ Apple Store ແວບໃຊ.
  • ໂປຣແກຣມຕິດຕັ້ງຟອນພັດຊະລາດ ແລະ ແປ້ນພີມພາສາລາວ ສາລັບລະບົປະຕິບັດການ Windows ຊຶ່ງສາມາດ ດາວໂຫລດໄດ້ ທີ່ Windows Store ແວບໃຊ.

ເຖິງແມ່ນ ສີ່ງທີ່ຄົ້ນຄ້ວາພັດທະນາຂື້ນມານີ້ ຍັງບໍ່ສາມາດຕອບສະໜອງ ທຸກຄວາມຕ້ອງການ ຂອງການນໍາໃຊ້ ພາສາລາວ ໃນເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ຕາມຂະບວນການຂະຫຍາຍຕົວທີ່ວ່ອງໄວ ຂອງ ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ, ແຕ່ກໍ່ເຊື່ອວ່າ ຈະເປັນພື້ນຖານຂອງການ ນໍາໃຊ້ຂອງສັງຄົມ. ສະນັ້ນ ຈຶ່ງຮຽກຮ້ອງມາຍັງ ບັນດາ ບໍລິສັດ ແລະ ຮ້ານຄອມພິວເຕີ ແລະ ມືຖື ຈົ່ງໄດ້ມີການລົງໂປຼແກຼມ ຟອນ ແລະ ແປ້ນພິມດັ່ງກາວ ໃຫ້ແກ່ລູກຄ້າ, ຂໍ້ໃຫ້ຜູ້ ສ້າງເວບໃຊ ແລະ ຂໍ້ມູນຂ່າວສານຕ່າງໆ ຈົ່ງໃຊ້ ຟອນເພັດຊະລາດ ເພື່ອໃຫ້ຂໍ້ມູນເປັນພາສາລາວ ໃນມາດຕະຖານດຽວກັນ ແລະ ຂໍ້ໃຫ້ ບັນດາ ຜູ້ບໍລິການ ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ຈົ່ງໄດ້ສົ່ງເສີມການນໍາໃຊ້ ໃນຕາໜ່າງເຄື່ອຂ່າຍຂອງຕົນ ເພື່ອໃຫ້ມີການສື່ສານກັນທີ່ເປັນພາສາລາວຫລາຍຂື້ນ, ຊຶ່ງ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຈະຊ່ວຍໃນການຝຶກອົບຮົມ ແລະ ອໍານວຍຄວາມສະດວກ ໃນການນໍາໃຊ້ເຕັກໂນໂລຊີພາສາລາວ.

ຂໍສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຈັດຕັ້ງປະຕິບັດໂຄງການ ໂດຍສະເພາະແມ່ນ ນັກຊ່ຽວຊານ ແລະ ນັກຄົ້ນຄ້ວາ ທີ່ໄດ້ສຸມສະຕິປັນຍາ ເຂົ້າໃນການຄົ້ນຄ້ວາ ຈົນປະສົບຜົນສໍາເລັດ, ຂໍສະແດງຄວາມຂອບໃຈ ມາຍັງບັນດາ ນັກວິຊາການ ຈາກພາກສ່ວນຕ່າງໆ ໂດຍສະເພາະ ກະຊວງຖະແຫລ່ງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງສືກສາ ແລະ ກິລາ ແລະ ມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ໃຫ້ຄວາມຮູ້ ແລະ ຄວາມຄິດເຫັນ ໃນການ ປັບປຸງມາດຕະຖານຟອນ ແລະ ແປ້ນພິມ, ຂໍສະແດງຄວາມຂອບໃຈ ມາຍັງບໍລິສັດ ສະຕາໂທລະຄົມ ທີໄດ້ອໍານວຍຄວາມສະດວກເຮັດໃຫ້ການຮ່ວມມືປະສົບຜົນສໍາເລັດ ແລະ ທີ່ສໍາຄັນ ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ມາຍັງບໍລິສັດ ຫວຽດເທວ ຈາກ ສສ ຫວຽດນາມ ທີ່ໄດ້ໃຫ້ການຮ່ວມມື ແລະ ໃຫ້ການຊ່ວຍເຫຼືອ ທາງດ້ານເຕັກນິກວິຊາການ ກໍ່ຄື ງົບປະມານ ໃນການຈັດຕັ້ງປະຕິບັດໂຄງການ

 

 

ດາວໂຫຼດ Font
ແຈ້ງການ ຮັບຮອງຟອມເພັດຊະລາດເປັນມາດຕະຖານ
ແຈ້ງການ ການນຳໃຊ້ຟອມເພັດຊະລາດ
ວາ​ລະ​ສານ ໄອ​ຊີ​ທີ